25 ປະເທດໃຫ້ຄຳໝັ້ນສັນຍາຈະສະໜອງເງິນ 9,3 ຕື້ໂດລາ ຕ້ານການປ່ຽນແປງດິນຟ້າອາກາດ
ວິທະຍຸກະຈາຍສຽງ ຫວຽດນາມ ລາຍງານວັນທີ 5 ຕຸລາ ວ່າ: ກອງທຶນດິນຟ້າອາກາດສີຂຽວຂອງສະຫະປະຊາຊາດໄດ້ຮັບ ຄຳໝັ້ນສັນຍາ
ຈະປະກອບຈຳນວນເງິນ 9,3 ຕື້ໂດລາ ຈາກ 25 ປະເທດໃນໂລກ, ເພື່ອສະໜັບສະໜູນຊ່ວຍເຫຼືອທາງດ້ານການເງິນໃຫ້ແກ່ບັນດາປະເທດ ທີ່
ມີຄວາມສ່ຽງຖືກຜົນກະທົບສູງຈາກການປ່ຽນແປງຂອງດິນຟ້າອາກາດ.
ນີ້ແມ່ນຄຳໝັ້ນສັນຍາຫຼ້າສຸດທີ່ການນຳບັນດາປະເທດໃນທົ່ວໂລກ ໄດ້ຍົກອອກມາ ເພື່ອຊຸກຍູ້ເລື່ອງບັນລຸຄວາມຄືບໜ້າໃນການຕໍ່ສູ້ໄພທຳ
ມະຊາດດັ່ງກ່າວ, ໃນສະພາບທີ່ອຸນຫະພູມທົ່ວໂລກສືບຕໍ່ເພີ່ມຂຶ້ນ. ກ່າວຄຳເຫັນທີ່ກອງປະຊຸມຢູ່ນະຄອນ Bonn ເຢຍລະມັນ, ຜູ້ປະສານງານ
ກອງທຶນໃຫ້ຮູ້ວ່າ: ປະຈຸບັນ ອາເມຣິກາ ຍັງບໍ່ທັນໃຫ້ຄຳໝັ້ນສັນຍາວ່າຈະປະກອບເງິນໃນຄັ້ງນີ້. ຜູ້ຕາງໜ້າຂອງ ອາເມຣິກາ ໄດ້ອ້າງວ່າ: ງົບປະ
ມານຂອງປະເທດພວມຢູ່ໃນສະພາບທີ່ບໍ່ແນ່ນອນ.
ໃນການລະດົມທຶນການເງິນຄັ້ງນີ້, ປະມານ 75% ບັນດາປະເທດປະກອບເງິນໄດ້ໃຫ້ຄຳໝັ້ນສັນຍາຈະເພີ່ມແຫຼ່ງເງິນປະກອບເມື່ອທຽບ
ໃສ່ບັນດາຄຳໝັ້ນສັນຍາກ່ອນນັ້ນ. ໃນນັ້ນ, ເຢຍລະມັນ, ອັງກິດ, ຝຣັ່ງ ແລະ ຍີ່ປຸ່ນ ແມ່ນບັນດາປະເທດທີ່ໃຫ້ຄຳໝັ້ນສັນຍາລະດັບການປະ
ກອບສ່ວນດ້ານການເງິນຫຼາຍທີ່ສຸດ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 11/10/2023